ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ແລະ ສ ເກົາຫຼີ ມອບ-ຮັບອັດຖິທະຫານຈີນ ທີ່ເສຍຊີວິດແຕ່ປາງສົງຄາມ

     ສຳນັກຂ່າວສານຊິນຮວາ, ອີງຕາມຄວາມເຫັນດີເປັນເອກະພາບກັນລະຫວ່າງ ສປ ຈີນ ແລະ ສ ເກົາຫຼີ, ປີນີ້ໄດ້ສືບຕໍ່ຈັດພິທີມອບ
ຮັບອັດຖິທະຫານອາສາສະໝັກປະຊາຊົນຈີນ ທີ່ເສຍຊີວິດ ແຕ່ປາງ ສົງຄາມຢູ່ ສ. ເກົາຫຼີ, ໃນຕອນເຊົ້າວັນທີ 23 ພະຈິກ ນີ້, ຢູ່ສະ
ໜາມບິນສາກົນອິນຊອນ ປະເທດ ສ. ເກົາ ຫຼີ. ຜູ້ຕາງໜ້າສອງຝ່າຍໄດ້ລົງນາມໃນເອກະສານ ມອບ -ຮັບອັດຖິ ແລະ ວັດຖຸສິ່ງຂອງ
ທະຫານອາສາ ສະໝັກປະຊາຊົນຈີນ ທີ່ເສຍຊີວິດໃນປາງສົງຄາມຢູ່ ສ. ເກົາຫຼີ ຈຳນວນ 25 ອັດຖິ.

     ທ່ານ ສິງໄຫມິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສ. ເກົາຫຼີ ໄດ້ເອົາທຸງຊາດຈີນ ປົກຫີບ ອັດຖິ ຂອງທະຫານອາສາສະໝັກ
ປະຊາຊົນຈີນ ທີ່ເສຍຊີວິດເພື່ອຊາດ, ຈີນໄດ້ຈັດພິທີໄວ້ອາໄລ, ທະຫານກອງກຽດຕິຍົດກອງທັບປົດປ່ອຍປະຊາຊົນຈີນ ໄດ້ນຳເອົາຫີບອັດ
ຖິຂຶ້ນເຮືອພິເສດ ຂອງກອງທັບ ອາກາດຈີນ, ອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດຈີນ ຈະກັບຄືນສູ່ປະເທດຊາດ, ສູ່ທ້ອງຖິ່ນບ້ານເກີດ
ເມືອງນອນຂອງ ຄອບຄົວ ແລະ ຈັດພິທີຕ້ອນຮັບຈາລຶກບຸນຄຸນ ພ້ອມບັນທຶກຜົນງານຢ່າງສົມກຽດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/11/2023